กิจกรรมสำหรับนักธุรกิจ

เอกอัครราชทูตฯ เดินทางเยือนแขวงคำม่วน.

เมื่อวันที่ 20 - 23 กรกฎาคม 2564 นายเจษฎา กตเวทิน เอกอัครราชทูต ณ เวียงจันทน์ พร้อมด้วยนายอธิปัตย์ โรจนไพบูลย์
กงสุลใหญ่ ณ แขวงสะหวันนะเขต และข้าราชการทีมประเทศไทย เดินทางเยือนแขวงคำม่วน เพื่อสำรวจศักยภาพการค้า การลงทุน
และการท่องเที่ยวของแขวงคำม่วน 

ในโอกาสนี้ เอกอัครราชทูตฯ และคณะได้เข้าเยี่ยมคารวะนายวันไซ พองสะหวัน เจ้าแขวงคำม่วน เพื่อหารือในประเด็นการรับมือกับ
การระบาดของโรคโควิด 19 ความร่วมมือเพื่อการพัฒนา การส่งเสริมความเชื่อมโยงในภูมิภาค ความร่วมมือด้านการค้าและการลงทุน
การขนส่งสินค้า การป้องกันและปราบปรามยาเสพติด นอกจากนี้ คณะได้เยี่ยมชมและรับฟังการบรรยายสรุปที่ด่านสากลสะพานมิตรภาพ
ไทย – ลาว แห่งที่ 3 (นครพนม – คำม่วน) ตลอดจนเยี่ยมชมและรับฟังการบรรยายสรุปเกี่ยวกับการดำเนินงานของภาคเอกชนไทย
ในแขวงคำม่วน ได้แก่ โรงงานปูนซีเมนต์คำม่วน (KCL) ซึ่งเป็นส่วนหนึ่งของธุรกิจ SCG ซีเมนต์ - ผลิตภัณฑ์ก่อสร้าง มีกำลังการผลิต
1.8 ล้านตันต่อปี ผลิตด้วยมาตรฐานและคุณภาพเดียวกันกับโรงงานของ SCG ในอาเซียน โดยจำหน่ายใน สปป. ลาวร้อยละ 30 และ
ส่งออกไปภาคตะวันออกเฉียงเหนือของไทยร้อยละ 70 และเขื่อนไฟฟ้าน้ำเทิน 2 ซึ่งเป็นการลงทุนร่วมระหว่างบริษัท EDF NamTheun
Holding จำกัด ร้อยละ 40 บริษัท ผลิตไฟฟ้า จำกัด (มหาชน) (EGCO) ร้อยละ 35 และรัฐวิสาหกิจถือหุ้นลาว ร้อยละ 25 มีกำลังการผลิต
ติดตั้ง 1,080 เมกะวัตต์ มีอายุสัมปทาน 25 ปี และเริ่มผลิตไฟฟ้าเชิงพาณิชย์เมื่อวันที่ 30 เม.ย. 2553 โดยขายให้ กฟผ. ร้อยละ 95
และใช้ภายใน สปป. ลาวร้อยละ 5

นอกจากนี้ เอกอัครราชทูตฯ ได้เป็นประธานร่วมกับ ดร. สุลิอุดง สูนดาลา รองรัฐมนตรีกระทรวงศึกษาธิการและกีฬา สปป. ลาว
ในพิธีส่งมอบศูนย์เรียนรู้เพื่อการพัฒนาเกษตรแบบยั่งยืน ตามแนวปรัชญาของเศรษฐกิจพอเพียงให้แก่วิทยาลัยเทคนิค – วิชาชีพ
แขวงคำม่วน ซึ่งกรมความร่วมมือระหว่างประเทศ กระทรวงการต่างประเทศ ได้ให้การสนับสนุนด้านโครงสร้างพื้นฐาน การปรับปรุง
ภูมิทัศน์ และอุปกรณ์การเรียนการสอน ซึ่งจะช่วยส่งเสริมการยกระดับความรู้และความเป็นอยู่ของประชาชนชาวลาว รวมถึง
การพัฒนาประเทศและการบรรลุเป้าหมายการพัฒนาที่ยั่งยืน (SDGs)

ເມື່ອວັນທີ 20 -23 ກໍລະກົດ 2021 ທ່ານເຈດສະດາ ກະຕະເວທິນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ພ້ອມດ້ວຍທ່ານອະທິປັດ ໂຣດຈະນະໄພບູນ
ກົງສູນໃຫຍ່ ປະຈຳ ແຂວງສະຫວັນນະເຂດ ແລະຂ້າຣາຊະການທີມປະເທດໄທ ເດີນທາງຢ້ຽມຢາມແຂວງຄຳມ່ວນເພື່ອສຳຫຼວດສັກກະຍະພາບການຄ້າ,
ການລົງທຶນ ແລະການທ່ອງທ່ຽວຂອງແຂວງຄຳມ່ວນ.

ໃນໂອກາດນີ້ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ແລະຄະນະໄດ້ເດີນທາງຢ້ຽມຂໍ່ານັບທ່ານວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ເພື່ອຫາລື
ໃນປະເດັນການຮັບມືກັບການລະບາດຂອງພະຍາດໂຄວິດ 19, ຄວາມຮ່ວມມືເພື່ອການພັດທະນາ, ການສົ່ງເສີມຄວາມເຊື່ອມຕໍ່ກັບພາກພື້ນ,
ຄວາມຮ່ວມມືດ້ານການຄ້າແລະການລົງທຶນ, ການຂົນສົ່ງສິນຄ້າ, ການປ້ອງກັນແລະປາບປາມຢາເສບຕິດ ນອກຈາກນີ້, ຄະນະໄດ້ຢ້ຽມຊົມແລະ
ຮັບຟັງການບັນຍາຍສະຫຼຸບທີ່ດ່ານສາກົນຂົວມິດຕະພາບລາວ - ໄທ ແຫ່ງທີ 3 (ຄຳມ່ວນ - ນະຄອນພະນົມ) ຕະຫຼອດຈົນເຖິງການຢ້ຽມຊົມ
ແລະຮັບຟັງການບັນຍາຍສະຫຼຸບກ່ຽວກັບການດຳເນີນງານຂອງພາກເອກະຊົນໄທໃນແຂວງຄຳມ່ວນ ໄດ້ແກ່: ໂຮງງານຄຳມ່ວນຊີມັງ (KCL)
ເຊິ່ງເປັນສ່ວນໜຶ່ງຂອງທຸລະກິດ SCG ຊີມັງ-ຜະລິດຕະພັນກໍ່ສ້າງ ມີກຳລັງການຜະລິດ 1.8 ລ້ານໂຕນຕໍ່ປີ ຜະລິດດ້ວຍມາດຕະຖານແລະ
ຄຸນນະພາບດຽວກັນກັບໂຮງງານຂອງ SCG ໃນອາຊຽນ ໂດຍຈຳໜ່າຍໃນ ສປປ ລາວ 30 ສ່ວນຮ້ອຍ ແລະສົ່ງອອກໄປພາກຕາເວັນອອກສຽງເໜືອ
ຂອງໄທ 70 ສ່ວນຮ້ອຍ ແລະເຂື່ອນໄຟຟ້ານ້ຳເທີນ 2 ເຊິ່ງເປັນການລົງທຶນຮ່ວມລະຫວ່າງບໍລິສັດ EDF NamTheun Holding ຈຳກັດ 40 ສ່ວນຮ້ອຍ,
ບໍລິສັດ ຜະລິດໄຟຟ້າ ຈຳກັດ (ມະຫາຊົນ) (EGCO) 35 ສ່ວນຮ້ອຍ ແລະລັດວິສາຫະກິດຖືຮຸ້ນລາວ 25 ສ່ວນຮ້ອຍ ມີກຳລັງການຜະລິດຕິດຕັ້ງ
1,080 ເມກະວັດ ມີອາຍຸສຳປະທານ 25 ປີ ແລະເລີ່ມຜະລິດໄຟຟ້າເພື່ອຈຳໜ່າຍເມື່ອວັນທີ 30 ເມສາ 2010 ໂດຍຈຳໜ່າຍໃຫ້ ກຟຜ 95 ສ່ວນຮ້ອຍ
ແລະໃຊ້ພາຍໃນ ສປປ ລາວ 5 ສ່ວນຮ້ອຍ.

ນອກຈາກນີ້ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ເປັນປະທານຮ່ວມກັບ ດຣ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ
ແລະກີລາ ສປປ ລາວ ໃນພິທີສົ່ງມອບສູນຮຽນຮູ້ເພື່ອການພັດທະນາແບບຍືນຍົງ ຕາມແນວທາງປັດຊະຍາເສດຖະກິດພໍພຽງໃຫ້ແກ່ວິທະຍາໄລ
ເຕັກນິກ - ວິຊາຊີບ ແຂວງຄຳມ່ວນ ເຊິ່ງກົມຄວາມຮ່ວມມືລະຫວ່າງປະເທດໄດ້ໃຫ້ການສະໜັບສະໜູນດ້ານພື້ນຖານໂຄງຮ່າງ, ການປັບປຸງພູມິທັດ
ແລະອຸປະກອນການຮຽນການສອນ ເຊິ່ງຈະຊ່ວຍສົ່ງເສີມການຍົກລະດັບຄວາມຮູ້ແລະຄວາມເປັນຢູ່ຂອງປະຊາຊົນລາວ ລວມເຖິງການພັດທະນາ
ປະເທດແລະການບັນລຸເປົ້າໝາຍການພັດທະນາທີ່ຍືນຍົງ (SDGs).

07/30/2021



กลับหน้าหลัก