กิจกรรมสำหรับนักธุรกิจ

พิธีเฉลิมฉลองความสำเร็จเขื่อนไฟฟ้าน้ำตกน้ำแจ 1

เมื่อวันที่ 26 พฤศจิกายน 2562 ดร. สุวิทย์ มังคละ อัครราชทูตที่ปรึกษาได้เข้าร่วมพิธีเฉลิมฉลองความสำเร็จเขื่อนไฟฟ้าน้ำตกน้ำแจ 1 
ณ โรงแรม Crowne Plaza นครหลวงเวียงจันทน์ โดยมี ดร. คำมะนี อินทิลาด รัฐมนตรีกระทรวงพลังงานและบ่อแร่ สปป. ลาว 
นายสีนาวา สุพานุวง รองรัฐมนตรีกระทรวงพลังงานฯ นายบุนอุ้ม สีวันเพ็ง ผู้อำนวยการรัฐวิสาหกิจไฟฟ้าลาว นายแดง ปะทุมทอง 
รองเจ้าแขวงไซสมบูน นาย Harald Link ประธานบริษัท บี.กริม เพาเวอร์ จำกัด (มหาชน) ผู้บริหารบริษัท บี.กริม เพาเวอร์ จำกัด (มหาชน) 
รวมทั้งผู้แทนระดับสูงจากภาครัฐและภาคเอกชนไทย และ สปป. ลาวเข้าร่วม 

ดร. คำมะนีฯ กล่าวว่า เขื่อนไฟฟ้าน้ำตกน้ำแจ 1 เป็นโครงการพัฒนาอุตสาหกรรมพลังงานไฟฟ้าที่มีความสำคัญในการตอบสนอง 
ความต้องการไฟฟ้าและการพัฒนาเศรษฐกิจและสังคมของเมืองท่าโทม แขวงไซสมบูน นอกจากนี้ โครงการดังกล่าวยังมีลักษณะ 
เป็นมิตรกับสิ่งแวดล้อม และมีความอย่างยั่งยืน เขื่อนไฟฟ้าน้ำตกน้ำแจ 1 เป็นความร่วมมือระหว่างบริษัท บี.กริม เพาเวอร์ (ลาว) จำกัด 
กับบริษัท ดาวสะหวัน จำกัด ตั้งอยู่ที่บ้านซำก่อทอง เมืองท่าโทม แขวงไซสมบูน มีกำลังการผลิต 15 เมกกะวัตต์ เริ่มก่อสร้างเมื่อปี 2560 
และเริ่มผลิตไฟฟ้าเพื่อการพาณิชย์ (COD) เมื่อวันที่ 1 มิถุนายน 2562 

ເມື່ອວັນທີ 26 ພະຈິກ 2019 ທ່ານ ປອ. ສຸວິດ ມັງຄະລະ ອັກຄະຣາຊະທູດທີ່ປຶກສາໄດ້ເຂົ້າຮ່ວມພິທິສະເຫຼີມສະຫຼອງຄວາມສຳເລັດເຂື່ອນໄຟຟ້ານ້ຳຕົກ 
ນ້ຳແຈ 1 ທີ່ໂຮງແຮມຄຣາວພລາຊ່າ ນະຄອນຫຼວງວຽງຈັນ ໂດຍມີທ່ານ ປອ. ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ, 
ທ່ານສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ, ທ່ານແດງ ປະທຸມທອງ ຮອງເຈົ້າແຂວງໄຊສົມບູນ, ທ່ານ Harald Link 
ປະທານບໍລິສັດ B.GRIMM Power Public Company Limited, ຜູ້ບໍລິຫານບໍລິສັດ B.GRIMM Power Public Company Limited ພ້ອມທັງຜູ້ຕາງໜ້າ
ລະດັບສູງຈາກພາກລັດ ແລະ ພາກເອກະຊົນໄທ ແລະ ສປປ ລາວ ເຂົ້າຮ່ວມ. ທ່ານ ປອ. ຄຳມະນີ ອິນທິລາດ ກ່າວວ່າ ເຂື່ອນໄຟຟ້ານ້ຳຕົກ ນ້ຳແຈ 1 
ເປັນໂຄງການພັດທະນາອຸດສາຫະກຳພະລັງງານໄຟຟ້າທີ່ມີຄວາມສຳຄັນ ໃນການຕອບສະໜອງຄວາມຕ້ອງການໄຟຟ້າ ແລະ ພັດທະນາເສດຖະກິດ ແລະ 
ສັງຄົມຂອງເມືອງທ່າໂທມ ແຂວງໄຊສົມບູນ. ນອກຈາກນີ້, ໂຄງການດັ່ງກ່າວຍັງມີລັກສະນະເປັນມິດກັບສິ່ງແວດລ້ອມແລະມີຄວາມຍືນຍົງ. ເຂື່ອນໄຟຟ້ານ້ຳຕົກ 
ນ້ຳແຈ 1 ເປັນຄວາມຮ່ວມມືລະຫວ່າງ ບໍລິສັດບີກິມພະລັງງານລາວ ຈຳກັດກັບບໍລິສັດ ດາວສະຫວັນ ຈຳກັດ ຕັ້ງຢູ່ບ້ານຊໍາກໍ່ທອງ ເມືອງທ່າໂທມ ແຂວງໄຊສົມບູນ 
ມີກຳລັງການຜະລິດ 15 ເມກະວັດ ເລີ່ມກໍ່ສ້າງໃນປີ 2017 ແລະ ເລີ່ມຜະລິດໄຟຟ້າເພື່ອຈຳໜ່າຍ ວັນທີ 1 ມິຖຸນາ 2019.

11/27/2019



กลับหน้าหลัก