กิจกรรมสำหรับนักธุรกิจ

เอกอัครราชทูตฯ เดินทางเยือนแขวงอุดมไซและแขวงหลวงน้ำทา

ເມື່ອວັນທີ 2 – 6 ກຸມພາ 2020 ທ່ານ ດຳຣົງ ໃຄ່ຄວນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມແຂວງອຸດົມໄຊ 
ແລະ ແຂວງຫຼວງນ້ຳທາ ເພື່ອສຳຫຼວດສັກກາຍະພາບການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃນແຂວງດັ່ງກ່າວ ໃນຊ່ວງໄລຍະການຢ້ຽມຢາມ
ແຂວງອຸດົມໄຊ, ເອກອັກຄະຣາຊະທູດ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ຄຳພຽງ ຢາຈົງວາ ຮອງເຈົ້າແຂວງອຸດົມໄຊ ຮັບຟັງກ່ຽວກັບໂຄງການພັດທະນາແຂວງ
ຈາກຜູ້ແທນກອງທຶນຫຼຸດຜ່ອນຄວາມທຸກຍາກ ພະແນກກະສິກຳ ແລະ ປ່າໄມ້ແຂວງອຸດົມໄຊ, ຢ້ຽມຊົມໂຮງໝໍແຂວງອຸດົມໄຊ ແລະ 
ໂຮງຮຽນສາມັນກິນນອນຊົນເຜົ່າແຂວງອຸດົມໄຊ.  

ຈາກນັ້ນ, ເອກອັກຄະຣາຊະທູດ ໄດ້ເດີນທາງໄປຢ້ຽມຢາມແຂວງຫຼວງນ້ຳທາ ໂດຍໄດ້ນຳຂ້າຣາຊະການທີມປະເທດເຂົ້າຢ້ຽມຂໍ່ານັບ
ທ່ານ ເພັດຖາວອນ ພິລະວັນ ເຈົ້າແຂວງຫຼວງນ້ຳທາ ຮັບຟັງກ່ຽວກັບໂຄງການພັດທະນາແຂວງຜູ້ແທນກອງທຶນຫຼຸດຜ່ອນຄວາມທຸກຍາກ 
ພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງນ້ຳທາ ແລະ ຢ້ຽມຊົມເຂດເສດຖະກິດສະເພາະບໍ່ເຕັນແດນງາມ. 

ໃນໂອກາດດຽວກັນນີ້, ເອກອັກຄະຣາຊະທູດ ໄດ້ກ່າວເປີດງານ Mini Thailand Week 2020 ຊຶ່ງຈັດໂດຍສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ 
ປະຈຳ ສປປ ລາວ ເພື່ອປະຊາສຳພັນສິນຄ້າໄທ ແລະ ສ້າງໂອກາດໃນການເຮັດທຸລະກິດລະຫວ່າງຜູ້ປະກອບການໄທ ແລະ ສປປ ລາວ ດ້ວຍ.  

เมื่อวันที่ 2 – 6 กุมภาพันธ์ 2563 นายดำรง ใคร่ครวญ เอกอัครราชทูต ณ เวียงจันทน์ เดินทางเยือนแขวงอุดมไซและแขวงหลวงน้ำทา 
เพื่อสำรวจศักยภาพการค้า การลงทุน และการท่องเที่ยวในแขวงดังกล่าว ในช่วงการเยือนแขวงอุดมไซ เอกอัครราชทูตฯ 
ได้เข้าเยี่ยมคารวะนายคำเพียง ยาจงวา รองเจ้าแขวงอุดมไซ รับฟังเกี่ยวกับโครงการพัฒนาแขวงจากผู้แทนกองทุนลดผ่อนความทุกข์ยาก 
แผนกกสิกรรมและป่าไม้แขวงอุดมไซ เยี่ยมชมโรงพยาบาลแขวงอุดมไซ และโรงเรียนสามัญกินนอนชนเผ่าแขวงอุดมไซ 

จากนั้น เอกอัครราชทูตฯ ได้เดินทางเยือนแขวงหลวงน้ำทา โดยได้นำข้าราชการทีมประเทศเข้าเยี่ยมคารวะนายเพ็ดถาวอน พิละวัน 
เจ้าแขวงหลวงน้ำทา รับฟังเกี่ยวกับโครงการพัฒนาแขวงจากผู้แทนกองทุนลดผ่อนความทุกข์ยาก แผนกกสิกรรมและป่าไม้แขวงหลวงน้ำทา 
และเยี่ยมชมเขตเศรษฐกิจเฉพาะบ่อเต็นแดนงาม 

ในโอกาสเดียวกันนี้ เอกอัครราชทูตฯ ได้กล่าวเปิดงาน Mini Thailand Week 2020 ซึ่งจัดโดยสำนักงานส่งเสริมการค้าในต่างประเทศ
ณ เวียงจันทน์ เพื่อประชาสัมพันธ์สินค้าไทยและสร้างโอกาสในการทำธุรกิจระหว่างผู้ประกอบการไทยและลาวด้วย

02/17/2020



กลับหน้าหลัก