กิจกรรมสำหรับนักธุรกิจ

Thai Food & Fruit Festival 2020

เมื่อวันที่ 28 สิงหาคม 2563 นายดำรง ใคร่ครวญ เอกอัครราชทูต ณ เวียงจันทน์ และนางสาวอุรวดี ศรีภิรมย์ อัครราชทูต ได้เข้าร่วม
พิธีเปิดงานเทศกาลอาหารและผลไม้ไทย (Thai Food & Fruit Festival 2020) ณ ลานกิจกรรมหน้าริมปิงซุปเปอร์มาร์เก็ต ศูนย์การค้าวิวมอลล์ 
นครหลวงเวียงจันทน์ โดยมีนายดาวอน พะจันทะวง รองประธานสภาการค้าและอุตสาหกรรมแห่งชาติลาว นางจันทะจอน วงไซ 
รองประธานสภาการค้าและอุตสาหกรรมแห่งชาติลาว นายเวียงมะนี ยงลอยาง รองหัวหน้าแผนกส่งเสริมการตลาด กรมส่งเสริมการค้า 
กระทรวงอุตสาหกรรมและการค้า สปป. ลาว ข้าราชการทีมประเทศไทยประจำ สปป. ลาว และพี่น้องชาวไทยและลาวเข้าร่วม  

ภายในงานมีการจำหน่ายสินค้าประเภทอาหาร เครื่องดื่ม และผลไม้ไทยและลาวที่มีคุณภาพสูง สดสะอาด เป็นประโยชน์ต่อสุขภาพ 
และได้มาตรฐานสากลจากร้านค้ากว่า 30 ร้าน ตลอดจนการสาธิตการทำอาหาร การร้อยมาลัย และการแกะสลักผักผลไม้ 
รวมถึงการแสดงของศิลปินลาวที่มีชื่อเสียง ซึ่งตอบสนองต่อพี่น้องชาวลาวในการจับจ่ายสินค้าอาหารและผลไม้ที่มีคุณภาพ 
โดยเฉพาะในช่วงการระบาดของโรคโควิด 19  

งาน Thai Food and Fruit Festival 2020 ในครั้งนี้เป็นการต่อยอดจากงานเทศกาลอาหารและสมุนไพรไทย (Taste Thai) 
เมื่อเดือนกุมภาพันธ์ 2561 ซึ่งเป็นความร่วมมือระหว่างสำนักงานส่งเสริมการค้าในต่างประเทศ ณ เวียงจันทน์ และริมปิงซุปเปอร์มาร์เก็ต 
จัดขึ้นตั้งแต่วันนี้จนถึงวันที่ 30 สิงหาคม 2563 

ເມື່ອວັນທີ 28 ສິງຫາ 2020 ທ່ານ ດຳຣົງ ໃຄ່ຄວນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ແລະ ທ່ານນາງ ອຸຣະວະດີ ສີພິຣົມ ອັກຄະຣາຊະທູດ ໄດ້ເຂົ້າຮ່ວມ
ພິທີເປີດງານເທດສະການອາຫານ ແລະ ໝາກໄມ້ໄທ (Thai Food & Fruit Festival 2020) ທີ່ເດີ່ນກິດຈະກຳໜ້າຣິມປິງຊຸບເປີ້ມາເກັດ, ສູນການຄ້າວິວມໍ 
ນະຄອນຫຼວງວຽງຈັນ ໂດຍມີທ່ານ ດາວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານນາງ ຈັນທະຈອນ ວົງໄຊ 
ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ວຽງມະນີ ຍົງລໍຍາງ ຮອງຫົວໜ້າພະແນກສົ່ງເສີມການຕະຫຼາດ, ກົມສົ່ງເສີມການຄ້າ 
ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ, ຂ້າຣາຊະການທີມປະເທດໄທ ປະຈຳ ສປປ ລາວ ແລະ ເອື້ອຍນ້ອງຊາວໄທແລະລາວເຂົ້າຮ່ວມ.  

ພາຍໃນງານມີກິດຈະກຳຈຳໜ່າຍສິນຄ້າປະເພດອາຫານ, ເຄື່ອງດື່ມ ແລະ ໝາກໄມ້ໄທແລະລາວທີ່ມີຄຸນນະພາບສູງ, ສົດສະອາດເປັນປະໂຫຍດຕໍ່ສຸຂະພາບ 
ແລະ ໄດ້ມາດຕະຖານສາກົນຈາກຮ້ານຄ້າກວ່າ 30 ຮ້ານ ແລະ ມີການສາທິດການເຮັດອາຫານ, ການຮ້ອຍພວງມາໄລ ແລະການແກະສະລັກຜັກ - ໝາກໄມ້ 
ລວມເຖິງການສະແດງຂອງສິລະປິນລາວທີ່ມີຊື່ສຽງ ເຊິ່ງຕອບສະໜອງຄວາມຕ້ອງການໃຫ້ແກ່ພີ່ນ້ອງຊາວລາວໃນການຈັບຈ່າຍສິນຄ້າ, ອາຫານ 
ແລະ ໝາກໄມ້ທີ່ມີຄຸນນະພາບ ໂດຍສະເພາະໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ 19. 

ງານ Thai Food & Fruit Festival 2020 ໃນຄັ້ງນີ້ເປັນການຕໍ່ຍອດຈາກງານເທດສະການອາຫານ ແລະ ສະໝຸນໄພໄທ (Taste Thai) ເມື່ອເດືອນກຸມພາ 2018 
ເຊິ່ງເປັນຄວາມຮ່ວມມືລະຫວ່າງສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ທີ່ ນະຄອນຫຼວງວຽງຈັນ ແລະ ຣິມປິງຊຸບເປີ້ມາເກັດ 
ຈັດຂຶ້ນຕັ້ງແຕ່ມື້ນີ້ຈົນຮອດວັນທີ 30 ສິງຫາ 2020.

08/28/2020



กลับหน้าหลัก