กิจกรรมสำหรับนักธุรกิจ

Thai Food & Fruit Festival 2021

เมื่อวันที่ 27 สิงหาคม 2564 นายเจษฎา กตเวทิน เอกอัครราชทูต ณ เวียงจันทน์ เป็นประธานในพิธีเปิดงานเทศกาลอาหาร
และผลไม้ไทย (Thai Food & Fruit Festival) 2021 ณ ลานหน้าริมปิง ซุปเปอร์มาร์เก็ต วิวมอลล์ นครหลวงเวียงจันทน์
โดยมี ดร. คำแสน สีสะวง สมาชิกสภาแห่งชาติ เขต 9 และรองประธานสภาการค้าและอุตสาหกรรมแห่งชาติลาว
ผู้แทนหน่วยงานต่าง ๆ และพี่น้องชาวไทยและลาวเข้าร่วม

ภายในงานมีการจำหน่ายสินค้าประเภทอาหาร เครื่องดื่ม และผลไม้ไทยที่สดสะอาด มีคุณภาพ และมีประโยชน์ต่อสุขภาพ
กว่า 35 ร้าน นอกจากนี้ ยังมีการสาธิตการทำอาหารและขนมไทย การร้อยพวงมาลัย การแกะสลักผักผลไม้ และการเย็บใบตอง
งานดังกล่าวจัดขึ้นตั้งแต่วันที่ 27 - 29 สิงหาคม 2564 ซึ่งเป็นความร่วมมือระหว่างสำนักงานส่งเสริมการค้าในต่างประเทศ
ณ เวียงจันทน์ กับริมปิงซุปเปอร์มาร์เก็ต

ເມື່ອວັນທີ່ 27 ສິງຫາ 2021 ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເປັນປະທານໃນພິທີເປີດງານເທດສະການ
ອາຫານແລະໝາກໄມ້ໄທ (Thai Food & Fruit Festival) 2021 ທີ່ ເດີ່ນໜ້າຣິມປິງຊຸບເປີ້ມາເກັດ ວິວມໍ ນະຄອນຫຼວງວຽງຈັນ
ໂດຍມີທ່ານ ປອ ຄຳແສນ ສີສະວົງ ສະມາຊິກ ສະພາແຫ່ງຊາດ ເຂດ 9, ຮອງປະທານສະພາການຄ້າ ແລະ ອຸດສາກະກຳແຫ່ງຊາດລາວ,
ຜູ້ແທນໜ່ວຍງານຕ່າງໆ ແລະອ້າຍນ້ອງຊາວໄທແລະລາວເຂົ້າຮ່ວມ

ພາຍໃນງານມີການຈຳໜ່າຍສິນຄ້າປະເພດອາຫານ, ເຄື່ອງດື່ມ ແລະໝາກໄມ້ໄທທີ່ສົດ, ສະອາດ, ມີຄຸນນະພາບ ແລະມີປະໂຫຍດຕໍ່ສຸຂະພາບ
ກວ່າ 35 ຮ້ານ ນອກຈາກນີ້, ຍັງມີການສາທິດການເຮັດອາຫານແລະຂະໜົມໄທ, ການຮ້ອຍພວງມະໄລ, ການແກະສະຫຼັກຜັກແລະໝາກໄມ້
ແລະການຫຍິບໃບຕອງ. ງານດັ່ງກ່າວຈັດຂຶ້ນຕັ້ງແຕ່ວັນທີ 27 - 29 ສິງຫາ 2021 ເຊິ່ງເປັນການຮ່ວມມືລະຫວ່າງສຳນັກງານສົ່ງເສີມການຄ້າ
ໃນຕ່າງປະເທດ ທີ່ ນະຄອນຫຼວງວຽງຈັນກັບຣິມປິງຊຸບເປີ້ມາເກັດ

08/30/2021



กลับหน้าหลัก