กิจกรรมสำหรับนักธุรกิจ

อัครราชทูตเข้าร่วมพิธีเปิดงานตลาดนัด ODOP สัญจร

เมื่อวันที่ 1 เมษายน 2564 นางสาวอุรวดี ศรีภิรมย์ อัครราชทูต ร่วมพิธีเปิดงานตลาดนัด ODOP สัญจร (ODOP Lao Carnival)
ณ ศูนย์การค้า Parkson นครหลวงเวียงจันทน์ โดยมี ดร. คำแพง ไซสมแพง รัฐมนตรีกระทรวงอุตสาหกรรมและการค้า สปป. ลาว
นายไซสมเพ็ด นอละสิง หัวหน้ากรมส่งเสริมการค้า กระทรวงอุตสาหกรรมฯ นางจันทะจอน วงไซ รองประธานสภาการค้า
และอุตสาหกรรมแห่งชาติลาว และผู้แทนหน่วยงานที่เกี่ยวข้องเข้าร่วม

การจัดงานในครั้งนี้มีวัตถุประสงค์เพื่อเป็นเวทีให้ผู้ประกอบการลาวได้ปรึกษาหารือและพัฒนาสินค้าเพื่อเสริมสร้างขีดความสามารถ
ในการแข่งขันกับผลิตภัณฑ์ต่าง ๆ ในประเทศ และพร้อมก้าวไปสู่การส่งออกไปต่างประเทศ งานดังกล่าวแบ่งออกเป็น 3 ส่วน ได้แก่
ส่วนจัดแสดงสินค้า ODOP สินค้าครอบครัวตัวอย่างและสินค้าอื่น ๆ 50 บูธ ส่วนจัดแสดงสินค้าเกี่ยวกับการศึกษาและเครื่องนุ่งห่ม 42 บูธ
และส่วนอาหาร เครื่องดื่ม และพืชผัก 55 บูธ รวมทั้งมีการจัดกิจกรรมต่าง ๆ เพื่อส่งเสริมการใช้สินค้าลาวให้มากขึ้น

งานดังกล่าวจัดโดยกรมส่งเสริมการค้า กระทรวงอุตสาหกรรมฯ ร่วมกับวารสารไปไส

ເມື່ອວັນທີ 1 ເມສາ 2021 ທ່ານນາງອຸຣະວະດີ ສີພິຣົມ ອັກຄະຣາຊະທູດ ຮ່ວມພິທີເປີດງານຕະຫຼາດນັດ ODOP ສັນຈອນ(ODOP Lao Carnival)
ທີ່ ສູນການຄ້າ Parkson ນະຄອນຫຼວງວຽງຈັນ ໂດຍມີທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ,
ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ, ທ່ານນາງ ຈັນທະຈອນ ວົງໄຊ
ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະຕາງໜ້າໜ່ວຍງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ການຈັດງານໃນຄັ້ງນີ້ມີວັດຖຸປະສົງເພື່ອເປັນເວທີໃຫ້ຜູ້ປະກອບການລາວໄດ້ປຶກສາຫາລືແລະພັດທະນາສິນຄ້າເພື່ອເສີມສ້າງຂີດຄວາມສາມາດ
ໃນການແຂ່ງຂັນກັບຜະລິດຕະພັນຕ່າງໆ ໃນປະເທດ ແລະພ້ອມກ້າວໄປສູ່ການສົ່ງອອກໄປຕ່າງປະເທດ. ງານດັ່ງກ່າວແບ່ງອອກເປັນ 3 ສ່ວນໄດ້ແກ່:
ສ່ວນວາງສະແດງສິນຄ້າ ODOP ສິນຄ້າຄອບຄົວຕົວຢ່າງ ແລະສິນຄ້າອື່ນໆ 50 ບູດ, ສ່ວນວາງສະແດງສິນຄ້າກ່ຽວກັບການສຶກສາ ແລະເຄື່ອງນຸ່ງຫົ່ມ
42 ບູດ ແລະສ່ວນອາຫານ, ເຄື່ອງດື່ມ ແລະພືດຜັກ 55 ບູດ ລວມທັງມີກິດຈະກຳຕ່າງໆ ເພື່ອສົ່ງເສີມການໃຊ້ສິນຄ້າລາວໃຫ້ຫຼາຍຂຶ້ນ.

ງານດັ່ງກ່າວຈັດໂດຍກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວຮ່ວມກັບວາລະສານໄປໃສ

04/05/2021



กลับหน้าหลัก